ເວັບໄຊທ໌ທາງການຂອງລັດຖະບານສະຫະລັດ ອາເມລິກາ

ກ່ຽວກັບ

ການປະຕິບັດຕົວຈິງທີ່ດີສຸດຂອງ TOR

ມີຫລາຍວິທີໃນການເພີ່ມຄວາມປອດໄພສ່ວນຕົວຂອງທ່ານຂະນະທີ່ໃຊ້ ບຣາວເຊີ Onion Router (TOR). ນອກເໜືອກຈາກການໃຊ້ TOR, ພວກເຮົາແນະນຳໃນການໃຊ້ ບໍລິການເຄືອຂ່າຍສ່ວນຕົວສະເໝືອນ (VPN) ເພື່ອເສີມຄວາມປອດໄພຂອງການຈະລາຈອນເວັບຂອງທ່ານ. ໂດຍການເຊື່ອມຕໍ່ກັບທີ່ຕັ້ງເຊີບເວີ ນອກປະເທດຂອງທ່ານກ່ອນໃຊ້ TOR, ການຈະລາຈອນເວັບຂອງທ່ານແມ່ນຈະຖືກປົກປ້ອງຫລາຍຍິ່ງຂຶ້ນຈາກການຕິດຕາມຄວບຄຸມ. ດ້ານໃນຂອງ ບຣາວເຊີ TOR, ຈະມີການກຳນົດຄ່າເພີ່ມເຕີມຈຳນວນໜຶ່ງທີ່ແນະນຳໃຫ້ໃນພາກ “ຄວາມປອດໄພ ແລະຄວາມໝັ້ນຄົງ” ພາຍໃນ TOR. ກ່ອນອື່ນໝົດ, ເປີດໃຊ້ງານ VPN ຂອງທ່ານ. ຈາກນັ້ນ:

  1. ເປີດ ບຣາວເຊີ TOR
  2. ເຂົ້າໄປທີ່ ການຕັ້ງຄ່າ TOR ແລະເລືອກ “ຄວາມເປັນສ່ວນຕົວ ແລະຄວາມປອດໄພ”
  3. ເລືອກກ່ອງ “ລຶບຄຸກກີ້ ແລະຂໍ້ມູນເວັບໄຊທ໌ໃນເວລາບຣາວເຊີ TOR ຖືກປິດ”
  4. ເລື່ອນລົງຫາພາກປະຫວັດ: ປ່ຽນແປງການຕັ້ງຄ່າເປັນ “ບໍ່ຈົດຈຳປະຫວັດ”
  5. ເລື່ອນລົງຫາການອະນຸຍາດ: ຄລິກ ການຕັ້ງຄ່າສຳລັບ ກ້ອງຖ່າຍຮູບ ເລືອກ “ບລັອກຄຳຂໍໃໝ່ທີ່ຮ້ອງຂໍການເຂົ້າເຖິງ ກ້ອງຖ່າຍຮູບຂອງທ່ານ.” ເຮັດຄືກັນສຳລັບ ໄມໂຄຣໂຟນ. ສຳລັບຄວາມປອດໄພເພີ່ມຕື່ມ ໃຫ້ປົກປິດ ກ້ອງຖ່າຍຮູບດ້ານໜ້າໃນ ອຸປະກອນຂອງທ່ານດ້ວຍເທບ ຫລື ເຄື່ອງປິດບັງ.
  6. ເລື່ອນຫາຄວາມປອດໄພ: ຄລິກ “ປອດໄພທີ່ສຸດ” ນີ້ຈະປິດໃຊ້ງານຟັງຊັນສະເພາະໜຶ່ງພາຍໃນ TOR ແຕ່ຈະອະນຸຍາດສຳລັບການເຊື່ອມຕໍ່ທີ່ປອດໄພທີ່ສຸດ.
  7. ເລື່ອນຫາໂໝດ HTTPS ເທົ່ານັ້ນ: ຄລິກເປີດໃຊ້ງານ ໂໝດ HTTPS ເທົ່ານັ້ນໃນໜ້າຕ່າງທັງໝົດ. ນີ້ຈະຮັບປະກັນການເຊື່ອມຕໍ່ທັງໝົດຂອງທ່ານຖືກເຂົ້າລະຫັດ ແລະປອດໄພ.
  8. ເຂົ້າຫາການຕັ້ງຄ່າ “TOR” ຢູ່ໃຕ້ “ຄວາມເປັນສ່ວນຕົວ ແລະ ຄວາມປອດໄພ”
  9. ເລືອກກ່ອງ “ໃຊ້ຕົວເຊື່ອມ”
  10. ຄລິກ “ຮ້ອງຂໍຕົວເຊື່ອມຈາກ torproject.org”
  11. ປ້ອນເຂົ້າ captcha.
  12. ໃຊ້ https://coveryourtracks.eff.org ແລະ https://ipleak.net ສຳລັບເບິ່ງຂໍ້ມູນການລະບຸຕົວຕົນຫຍັງແດ່ອາດຍັງຄົງປາກົດຢູ່ ເຊິ່ງສາມາດລະບຸຕົວຕົນທ່ານໃນ ຄອມພິວເຕີ ແລະຈະລາຈອນເວັບຂອງທ່ານ.

ວິທີປອດໄພເພື່ອເຊື່ອມຕໍ່ກັບ TOR ແລະສາຍການສົ່ງເບາະແສ TOR ຂອງ ລາງວັນເພື່ອຄວາມຍຸຕິທຳ:

  1. ທ່ານເອງໃຊ້ບໍລິການ VPN ທີ່ເຊື່ອຖືແບບເສຍຄ່າທຳນຽມ. ບໍລິການ VPN ຟຣີບໍ່ອາດປອດໄພສະເໝີໄປ.
  2. ເຊື່ອມຕໍ່ອຸປະກອນຂອງທ່ານໂດຍໃຊ້ບໍລິການ VPN ທີ່ເຊື່ອຖືໄດ້ໄປຍັງທີ່ຕັ້ງນອກປະເທດຈາກບ່ອນທີ່ທ່ານກຳລັງເຂົ້າເຖິງ TOR.
  3. ເປີດບຣາວເຊີ TOR
  4. ກຳນົດຄ່າການຕັ້ງຄ່າຄວາມປອດໄພ TOR ຕາມທີ່ເໝາະສົມ.
  5. ສຳລັບຄວາມປອດໄພເພີ່ມເຕີມ, ໃຊ້ proxy ທາງກາຍະພາບເຊັ່ນດັ່ງຕົວທີ່ຢູ່ໃນ ຮ້ານກາເຟ ຫລື ລັອບບີ້ຂອງ ໂຮງແຮມ ເພື່ອທີ່ການເຊື່ອມຕໍ່ບໍ່ສາມາດລະບຸຈຸດທີ່ຕັ້ງເຮືອນຕົວຈິງຂອງທ່ານ.

ລິ້ງຫາຂໍ້ມູນຄວາມປອດໄພຂອງ TOR:

  1. ຂໍ້ມູນສຳລັບ ຕົວເຊື່ອມ TOR: https://tb-manual.torproject.org/bridges/.
  2. ຂໍ້ມູນສຳລັບຄວາມປອດໄພ TOR: https://tb-manual.torproject.org/security-settings/.

SUBMIT A TIP

Do Your Part. Secure a Safer World.

There are many ways to submit information to Rewards for Justice.

You may choose from multiple platforms and contact us in numerous languages. To process your information efficiently, we ask you to state your information as succinctly as possible, provide your name, location, and preferred language, and upload all relevant files such as photographs, videos, and documents to support your information. An RFJ representative will soon contact you. Please be patient, as RFJ reads every tip we receive.

Please open your Line app to submit a tip. The number is +1 202 702 7843

Please open your Viber app to submit a tip. The number is +1 202 702 7843

Please visit our Tor-based tips-reporting channel at: he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

ສົ່ງເບາະແສ

ທ່ານເຮັດສ່ວນຂອງທ່ານ. ເຮັດໃຫ້ໂລກຂອງພວກເຮົາປອດໄພຂຶ້ນ.

ມີຫລາຍວິທີໃນການ ສົ່ງເບາະແສ.

ທ່ານສາມາດເລືອກຈາກ ຫລາຍເພລດຟອມ ແລະ ຕິດຕໍ່ພວກເຮົາໃນຫລາຍພາສາ. ເພື່ອປະມວນຜົນຂໍ້ມູນຂອງທ່ານຢ່າງມີປະສິດທິພາບ, ພວກເຮົາຂໍໃຫ້ທ່ານກ່າວເຖິງຂໍ້ມູນຂອງທ່ານຊັດເຈນທີ່ສຸດທີ່ເປັນໄປໄດ້, ບອກຊື່ຂອງທ່ານ, ຈຸດທີ່ຕັ້ງ ແລະ ພາສາທີ່ຕ້ອງການໃຊ້ ແລະອັບໂຫລດ ໄຟລ໌ທີ່ກ່ຽວຂ້ອງທັງໝົດ ເຊັ່ນວ່າ ຮູບພາບ, ວິດີໂອ ແລະເອກະສານເພື່ອຮອງຮັບຂໍ້ມູນຂອງທ່ານ. ຕົວແທນ RFJ ຈະຕິດຕໍ່ຫາທ່ານຢ່າງໄວທີ່ສຸດ. ກະລຸນາອົດທົນ, RFJ ອ່ານທຸກໆຂໍ້ມູນທີ່ພວກເຮົາໄດ້ຮັບ.

ກະລຸນາເປີດແອັບ Signal ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Line ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Telegram ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເປີດແອັບ Viber ເພື່ອ ສົ່ງເບາະແສ. ໝາຍເລກແມ່ນ +1 202 702 7843

ກະລຸນາເຂົ້າຫາຊ່ອງການລາຍງານເບາະແສຜ່ານ Tor ຂອງພວກເຮົາທີ່:
he5dybnt7sr6cm32xt77pazmtm65flqy6irivtflruqfc5ep7eiodiad.onion

Skip to content